Ad

Ad

9 August 2013

ການຊີງຊັບພົນລະເມືອງຍັງປາກົດຂຶ້ນລຽນຕິດ



          ເຈົ້າໜ້າ​ທີ່​ຕຳຫລວດ​ນະ ຄອນຫລວງ​ວຽງ​ຈັນ​ໄດ້​ເຕືອນ​ ໃຫ້​ສັງຄົມ​ມີ​ສະຕິ​ລະວັງ​ຕົວ​ຫລາຍ​ຂຶ້ນ​ໃນ​ການ​ປົກ​ປັກ​ຮັກ ສາ​ສິ່ງ​ຂອງ ​ແລະ ຊັບ​ສິນ​ມີຄ່າ​ຕ່າງໆ​ຂອງ​ຕົນ ​ເພື່ອ​ຫລີກ​ເວັ້ນ ການ​ຈູງ​ໃຈ​ໃຫ້​ກຸ່ມ​ຄົນ​ບໍ່​ດີ​ລົງມື​ກໍ່​ເຫດ​ຊີງ​ຊັບ​ໄປ​ໄດ້ ​ເພາະ​ປັດ ຈຸບັນ ສະພາບ​ຂີ້ລັກ​, ງັດ​ແງະ​ຊີງ​ຊັບ​, ດຶງ​ສາຍ​ຄໍ​ກະ​ເປົາ​ພາຍ​ອື່ນໆ ​ໄດ້​ປາກົດມີ​ຂຶ້ນຢ່າງ​ລຽນຕິດ ຄືໃນ​ວັນ​ທີ 26 ກໍລະກົດຜ່ານ​ມານີ້ ​ໄດ້ມີ​ຄົນ​ຮ້າຍ​ສອງ​ຄົນ​ຂີ່ລົດຈັກກໍ່ເຫດດຶງ​ກະ​ເປົາ​ນັກທ່ອງທ່ຽວ​ຕ່າງປະ​ເທດຢູ່​ເຂດ​ບ້ານ​ສີ​ເມືອງ ເມືອງສີສັດຕະ ນາກ,ຕໍ່ມາໃນ​ວັນ​ທີ 29 ກໍລະກົດ ກໍມີ​ຄົນ​ຮ້າຍ​ສອງ​ຄົນ​ລົງ​ຈາກ​ລົດ ຈັກ​ມາຍາ​ດ​ເອົາ​ໂທລະສັບ​ມືຖື​ຂອງ​ນັກ​ທ່ອງ​ທ່ຽວຕ່າງປະເທດ ຢູ່​ເຂດ​ບ້ານ​ວັດ​ຈັນ ​ເມືອງ​ຈັນທະ​ບູລີ ແລະ ໃນ​ວັນ​ທີ 30 ກໍລະກົດ ​ຄົນ​ຮ້າຍ​ສອງ​ຄົນ​ໄດ້ກໍ່​ເຫດ​ດຶງ​ກະ​ເປົາ​ຜູ້​ທ່ຽວ​ທາງ​ຢູ່​ເຂດ​ບ້ານ​ອານຸ ​ ​ແລະ ​ມື້ດຽວ​ກັນ ກໍ​ມີ​ຄົນ​ຮ້າຍ​ສອງ​ຄົນ​ຂີ່​ລົດຈັກ​​ດຶງ​ກະ​ເປົາ​ນັກ​ສຶກສາ​ຢູ່​ເຂດ​ບ້ານ​ໂພນ​ສະຫວັນ ເມືອງ​ຈັນທະ​ບູລີ, ຕໍ່ມາວັນ​ທີ 31 ກໍລະກົດ ໄດ້ມີ​ຄົນ​ຮ້າຍກໍ່ເຫດ​ດຶງ​ກະ​ເປົາ​ນັກ​ສຶກສາ​ຢູ່​ເຂດ​ບ້ານ​ທົ່ງ​ພານ​ທອງ ​ເມືອງ​ສີ​ສັດຕະ​ນາກ ​ແລະ ໃນ​ວັນ​ທີ 1, ວັນ​ທີ 3 ​ແລະ ວັນ​ທີ 5 ສິງຫາ ພວກ​ຄົນ​ບໍ່​ດີ​ດັ່ງ ກ່າວ​ຍັງ​ສືບຕໍ່​ກໍ່​ເຫດ​ດຶງ​ກະ​ເປົາ ​ແລະ ສາຍ​ຄໍ​ຄຳ​ຢູ່​ຫລາຍ​ຈຸດ​ໃນ​ນະຄອນຫລວງ​ວຽງ​ຈັນ ອັນ​ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ຕໍ່​ຊັບ​ສິນ ​ແລະ ພາບພົດ​ອັນ​ບໍ່​ດີຂອງ​ນະ ຄອນຫລວງ​ວຽງ​ຈັນ​ບໍ່​ໜ້ອຍ. ດັ່ງນັ້ນ ຖ້າ​ເບື້ອງ​ເຈົ້າໜ້າ​ທີ່​ພວກ​ເຮົາ​ບໍ່​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃນ​ການ​ສະກັດ​ກັ້ນ ​ແລະ ​ແກ້​ໄຂ​ສະ ພາບ​ຫຍໍ້​ທໍ້​ດັ່ງກ່າວ ກໍ​ອາດ​ຈະ​ເຮັດ​ໃຫ້​ພາບ​ພົດ​ຂອງ​ການທ່ອງທ່ຽວ​ຫລຸດ​ໜ້ອຍ​ຖອຍ​ລົງ.

No comments:

Post a Comment