Ad

Ad

11 March 2017

ແວບໄຊ້ຍ້າຍໄປທີ່ www.laophattananews.com

ສະບາຍດີ ນັກອ່ານຫມົດທຸກຄົນ ເນື່ອງຈາກວ່າທາງ ໜັງສືພິມມີການພັດທະນາແວບໄຊ້ ຈຶ່ງໄດ້ມີການປ່ຽນແປງຈາກແວບທີ່ທ່ານເຄີຍອ່ານຄື ແວບນີ້ ໄດ້ປ່ຽນໄປເປັນ www.laophattananews.com  ທ່ານສາມາດຄິກຕາມລີ້ງທີ່ປະກົດໃນນີ້, ຂໍອະໄພນຳຄວາມບໍ່ສະດວກ

6 March 2017

ຕົ້ນໄມ້ປະດັບຕາມທາງບາງສາຍບໍ່ໄດ້ຮັບການເອົາໃຈໃສ່ເທົ່າທີ່ຄວນ

          ປັດຈຸບັນປະກົດວ່າຕົ້ນໄມ້ທີ່ປູກປະດັບປະດາຕາມຄູກາງທາງ ຫລື ຂອບທາງບາງເສັ້ນທາງໃນຕົວເມືອງແມ່ນມີສະພາບພວມຊຸດໂຊມຮ່ຽວແຫ້ງຕາຍຢືນຕົ້ນຍ້ອນຂາດການເອົາໃຈໃສ່ບົວລະບັດຮັກສາຢ່າງເໜາະສົມ.
  ໃນແຕ່ລະປີ, ລັດຖະບານໄດ້ລົງທຶນຈຳນວນຫລາຍບໍ່ວ່າຈາກງົບປະມານຂອງລັດ ຫລື ເງິນກູ້ຢືມຈາກສາກົນ ເພື່ອນຳໃຊ້ເຂົ້າໃນການກໍ່ສ້າງໂຄງລ່າງພື້ນຖານ ເພື່ອອໍານວຍໃຫ້ແກ່ການສັນຈອນໄປມາ, ຂົນສົ່ງສີນຄ້າ ແລະ ຜະລິດຕະພັນ ຕ່າງໆຂອງປະຊາຊົນ ເພື່ອພັດທະນາເສດຖະກິດຂອງຄອບຄົວໃຫ້ຫລຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ, ອີກດ້ານໜຶ່ງກໍສ້າງໃຫ້ຕົວເມືອງມີຄວາມສະອາດຈົບງາມ ແລະ ໜ້າຢູ່.

ຈະລາຈອນຫ້າມໜ່ວຍກູ້ໄພແລ່ນລົດໄວ ແລະ ເປີດສຽງຫວໍດັງ

           ທ່ານພັນໂທ ຄຳເຫລັກ ໄຊຍະສິດ ຮອງຫົວໜ້າກົມຕຳຫລວດຈະລາຈອນ ກົມໃຫຍ່ຕຳ ຫລວດກະຊວງປ້ອງກັນຄວາມສະຫງົບ ໄດ້ໃຫ້ຮູ້ພາຍຫລັງສໍາເລັດກອງປະຊຸມຕີລາຄາການນໍາໃຊ້ແສງ, ສີ ແລະ ສຽງຫວໍຂອງບັນດາລົດທີ່ມີອະພິສິດ, ໂດຍສະເພາະແມ່ນລົດໂຮງໝໍ, ລົດໜ່ວຍກູ້ໄພ ເມື່ອທ້າຍອາທິດຜ່ານມານີ້ວ່າ: ກອງປະຊຸມໄດ້ເປັນເອກະພາບກໍານົດໃຫ້ລົດໜ່ວຍກູ້ໄພຈໍານວນ 7 ພາກສ່ວນຫ້າມນຳໃຊ້ສຽງຫວໍລົດຂອງພາກສ່ວນອື່ນຢ່າງເດັດຂາດ, ຕ້ອງນຳໃຊ້ສຽງຫວໍຄືລົດນຳສົ່ງຄົນເຈັບຂອງໂຮງໝໍເທົ່ານັ້ນ ແລະ ຫ້າມເປີດສຽງຫວໍຕະຫລອດ 24 ຊົ່ວໂມງ, ໃຫ້ປິດສຽງຫວໍແຕ່ 18:00-6:00 ໂມງ (ກໍລະນີສຸກເສີນຮ້າຍແຮງແມ່ນອະນຸຍາດໃຫ້ເປີດ

ຍ່າງເພື່ອສຸຂະພາບສະເຫລີມສະຫລອງວັນແມ່ຍິງສາກົນຄົບຮອບ 107 ປີ

          ເພື່ອເປັນການຂ່ຳນັບຮັບຕ້ອນວັນແມ່ຍິງສາກົນ ວັນທີ 8 ມີນາ ຄົບຮອບ 107 ປີ ທີ່ຈະມາເຖິງໃນມໍ່ໆນີ້, ສູນກາງສະຫະພັນແມ່ຍິງລາວ ຮ່ວມກັບສະຫະພັນແມ່ຍິງບັນດາກະຊວງອ້ອມຂ້າງ, ໄດ້ຈັດກິດຈະກຳຍ່າງເພື່ອສຸຂະພາບຄອບຄົວຄັ້ງທີ 2, ຂຶ້ນທີ່ເດີ່ນພະທາດຫລວງ, ນະຄອນຫລວງວຽງຈັນ, ໂດຍການເຂົ້າຮ່ວມຂອງທ່ານນາງ ອິນລາວັນ ແກ້ວບຸນພັນ ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ມີບັນດາພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນຈຳນວນຫລາຍ.
          ທ່ານປະທານສູນກາງສະຫະພັນແມ່ຍິງລາວ ມີຄຳເຫັນວ່າ: ການກິດຈະກຳດັ່ງກ່າວ, ໄດ້ສະແດງ

ທົ່ວປະເທດມີຜູ້ຕິດເຊື້ອໄຂ້ເລືອດອອກຫຼາຍກວ່າ 400 ກໍລະນີ

           ໜ່ວຍເຝົ້າລະວັງພະຍາດ, ກະຊວງສາທາລະນະສຸກ ລາຍງານໃຫ້ຮູ້ເມື່ອທ້າຍອາທິດຜ່ານມາວ່າ: ເຖິງວ່າປັດຈຸບັນເປັນໄລຍະສະພາບອາກາດໜາວ, ແຕ່ການລະບາດຂອງເຊື້ອໄຂ້ເລືອດອອກ (ໄຂ້ຍຸງ) ຢູ່ຫລາຍແຂວງຍັງມີແນວໂນ້ມເພີ່ມຂື້ນ, ໂດຍສະເພາະນະຄອນຫຼວງວຽງຈັນ ແລະ  ແຂວງພາກໃຕ້, ຊຶ່ງນັບແຕ່ປີໃໝ່ມານີ້ທົ່ວປະເທດມີຍອດຜູ້ຕິດເຊື້ອແລ້ວຫຼາຍກວ່າ 400 ກໍລະນີ, ແຕ່ໂຊກດີບໍ່ມີຜູ້ເສຍຊີວິດຈາກພະຍາດດັ່ງກ່າວ, ແນວໃດກໍຕາມ, ນີ້ຖືເປັນສັນຍານເຕືອນໃຫ້ເຫັນວ່າແມ່ນມີການລະບາດແຕ່ຫົວທີຂອງເຊື້ອພະຍາດດັ່ງກ່າວ.

          ໜ່ວຍເຝົ້າລະວັງ ໃຫ້ຮູ້ວ່າ: ສໍາລັບຢູ່ນະຄອນຫຼວງວຽງຈັນມີຈຳນວນຜູ້ຕົວເຊື້ອແລ້ວຫລາຍກວ່າ 120 ກໍລະນີ, ຈຳປາສັກ 108 ກໍລະນີ, ອັດຕະປື 97 ກໍລະນີ, ບໍລິຄຳໄຊ 22 ກໍລະນີ, ສະຫວັນນະເຂດ 16

ລາວຕັ້ງເປົ້າຮອດ 2020 ຕ້ອງມີປ່າໄມ້ປົກຫຸ້ມ 70% ຫລຸດຜ່ອນອາຍພິດເຮືອນແກ້ວ

            ປັດຈຸບັນ, ຫລາຍປະເທດໃນໂລກພວມມີຄວາມເປັນຫວ່ງຕໍ່ບັນຫາອາຍພິດເຮືອນແກ້ວ, ເຊິ່ງເປັນສາເຫດຕົ້ນຕໍເຮັດໃຫ້ເກີດສະພາ ວະໂລກຮ້ອນ, ສະນັ້ນຫລາຍປະເທດຈຶ່ງສຸມໃສ່ການຟື້ນຟູ, ປົກປັກຮັກສາສິ່ງແວດລ້ອມ ແລະ ຊັບພະຍາກອນທໍາມະຊາດໃຫ້ກັບມາມີຄວາມອຸດົມສົມບູນ ແລະ ຍືນຍົງ. ສໍາລັບຢູ່ ສປປ ລາວເຮົາ, ແຕ່ໃດມາພັກ ແລະ ລັດຖະບານ ໄດ້ຖືສໍາຄັນວຽກງານການປົກປັກຮັກສາຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມເປັນບູລິມະສິດສໍາຄັນ, ໂດຍສະເພາະໄດ້ກໍານົດຄາດໝາຍສູ້ຊົນໃຫ້ມີເນື້ອທີ່ປົກຫຸ້ມຂອງປ່າໄມ້ຮອດປີ 2020 ກວມຫລາຍກວ່າ 70% ຂອງເນື້ອທີ່ທົ່ວປະເທດ.

ລາວເອົາໃຈໃສ່ແກ້ໄຂບັນຫາລະເບີດບໍ່ທັນແຕກ

           ໃນປີ 2017 ໂຄງການເກັບກູ້ລະເບີດແຫ່ງຊາດຈະສືບຕໍ່ຈັດຕັ້ງປະຕິບັດແຜນຍຸດທະສາດແຫ່ງຊາດ ເພື່ອໃຫ້ບັນລຸເປົ້າໝາຍການພັດທະນາແບບຍືນຍົງທີ 18 ຂອງລັດຖະບານ, ເພື່ອຫລຸດຜ່ອນຈຳນວນຜູ້ບາດເຈັບ ແລະ ເສຍຊີວິດຈາກລະເບີດບໍ່ທັນແຕກ, ເພີ່ມເນື້ອທີ່ດິນໃຫ້ມີຄວາມປອດໄພໃນການຜະລິດກະສິກຳ ແລະ ການພັດທະນາ ເພື່ອປະກອບສ່ວນເຂົ້າໃນການພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກຂອງປະຊາຊົນ ແລະ ເມື່ອທ້າຍອາທິດຜ່ານມາ, ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການ

ລາວບໍ່ອະນຸຍາດນຳເຂົ້າອຸປະກອນໄອຊີທີຊະຊາຍ

          ກະຊວງໄປສະນີ, ໂທລະຄົມມານາຄົມ ແລະ ການສື່ສານ (ປທສ) ໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້, ຂະແໜງການຕົນໄດ້ອອກຂໍ້ຕົກລົງວ່າດ້ວຍການນໍາເຂົ້າ ແລະ ຈໍາໜ່າຍອຸປະກອນໄອຊີທີ (ICT) ເພື່ອຄຸ້ມຄອງກວດກາ ແລະ ຢັ້ງຢືນດ້ານມາດຕະຖານເຕັກນິກ ແລະ ຄວາມປອດໄພໃຫ້ສອດຄ່ອງຕາມມາດຕະຖານຂອງອົງການສະຫະພາບໂທລະຄົມມະນາຄົມສາກົນ, ສະມາຄົມວິສະວະກໍາໄຟຟ້າ-ເອເລັກໂຕຣນິກ, ສະມາຄົມຜູ້ໃຫ້ບໍລິການດ້ານອຸດສາຫະກໍາເຄື່ອຂ່າຍໂທລະສັບມືຖື ແລະ ມາດຕະຖານແຫ່ງຊາດ. ອັນສໍາຄັນແມ່ນແນ່ໃສ່ໃຫ້ບັນດາຜູ້ປະກອບການ, ບຸກຄົນ, ນິຕິບຸກຄົນ ທີ່ຕ້ອງການນໍາເຂົ້າ ແລະ ການຈຳໜ່າຍອຸປະກອນເພດດັ່ງກ່າວຕ້ອງໄດ້ຮັບອະນຸຍາດຈາກພາກສ່ວນກ່ຽວຂ້ອງ ເພື່ອໃຫ້ຮັບປະກັນ

3 March 2017

ການນໍາໃຊ້ສານເຄມີໃນການຜະລິດກະສິກຳມີແຜ່ຫຼາຍ

  ກະຊວງກະສິກຳ ແລະ ປ່າໄມ້ ໃຫ້ຮູ້ວ່າ: ປັດຈຸບັນ, ການຜະລິດກະສິກໍາໃນປະເທດເຮົາ, ຍັງອາໃສການນໍາໃຊ້ສານເຄມີເຂົ້າຊ່ວຍຢ່າງແຜ່ຫລາຍ, ບໍ່ວ່າຈະເປັນການປູກພືດ ແລະ ການລ້ຽງສັດ, ແຕ່ໂຕທີ່ຮ້າຍ ແຮງນັ້ນແມ່ນການໃຊ້ສານເຄມີອັນຕະລາຍຊະຊາຍ ແລະ ນໍາໃຊ້ເກີນຂະໜາດ, ຊຶ່ງບັນຫາດັ່ງກ່າວໜ່ວຍງານກ່ຽວຂ້ອງໄດ້ພົບຫລາຍໃນໂຄງການປູກກ້ວຍ, ຟາມລ້ຽງໄກ່, ລ້ຽງໝູ່ ແລະ ການລ້ຽງປາກະຊັງຂອງນັກລົງທຶນຕ່າງປະເທດຈຳນວນໜຶ່ງຢູ່ນະຄອນຫລວງວຽງຈັນ, ແຂວງອຸດົມໄຊ, ຈໍາປາສັກ ແລະ ທ້ອງຖິ່ນອື່ນໆ, ເຫັນວ່າບໍ່ສອດຄ່ອງກັບລະບຽບກົດໝາຍຂອງຂະແໜງກ່ຽວຂ້ອງກໍານົດອອກ, ອັນໄດ້ສົ່ງຜົນກະ ທົບໂດຍກົງຕໍ່ສຸຂະພາບຂອງຜູ້ບໍລິໂພກ, ຕໍ່ສິ່ງແວດລ້ອມ ແລະ ສັງຄົມ.   

ລັດຖະບານກຽມປະມູນຂາຍໄມ້ທີ່ຍຶດເປັນຂອງລັດ

   ໃນກອງປະຊຸມລັດຖະບານປະຈໍາເດືອນກຸມພາຜ່ານມາ, ໂດຍການເປັນປະທານຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ໄດ້ເຫັນດີເປັນເອກະພາບມອບໃຫ້ກະຊວງອຸດສະຫະກຳ ແລະ ການຄ້າປະສານສົມທົບກັບກະຊວງການເງິນ, ກະຊວງກະສິກໍາ ແລະ ປ່າໄມ້ ແລະ ບັນດາພະແນກການທີ່ກ່ຽວຂ້ອງຢູ່ແຕ່ລະທ້ອງຖິ່ນກະກຽມການຈັດຕັ້ງປະມູນຂາຍໄມ້ທີ່ຍຶດເປັນຂອງລັດ ໂດຍດ່ວນ ເພື່ອຮັບປະກັນໃຫ້ຖືກຕ້ອງຕາມລະບຽບ ແລະ ການສ້າງຄວາມໂປ່ງໃສໃຫ້ແກ່ສັງຄົມ. ຊຶ່ງຜ່ານມາໄດ້ມີກຸ່ມຄົນບໍ່ດີຈຳນວນໜຶ່ງລັກລອບຈູດໄມ້ທີ່ຖືກຍຶດຈໍານວນ 8.705 ແມັດກ້ອນທີ່ແຂວງອັດຕະປື, ເຮັດໃຫ້ລັດເສຍໂອກາດໃນການປະມູນຂາຍໄມ້ເລົ່ານັ້ນ.